ແຈ້ງຂ່າວໜ້າຫຼັກ
ກະຊວງສຶກສາທິການ ແລະ ກິລາ ປະກາດແຕ່ງຕັ້ງ ທ່ານ ນາງ ດອກແກ້ວ ພົນທະຈິດ ວ່າການແທນຫົວໜ້າກົມກິດຈະການນັກສຶກສາ ເປັນ ຫົວໜ້າກົມກິດຈະການນັກສຶກສາ ຢ່າງເປັນທາງການ ໃນວັນທີ 5 ສິງຫາ ປີ 2025
ກົມກິດຈະການນັກສຶກສາ ເຂົ້າຮ່ວມຂະບວນການແຂ່ງຂັນຮ້ອງເພງ ແລະ ຂັບ-ລຳ ທ້ອງຖິ່ນ ເພື່ອສະເຫຼີມສະຫຼອງສາມວັນປະຫວັດສາດປີ 2025 ແລະ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກ ກະຊວງສຶກສາທິການ ແລະ ກິລາ ໃນວັນທີ 6 ມີຖຸນາ 2025 ທີ່ສະໂມສອນວິທະຍາໄລ ສີລະປະສຶກສາ ເຊິ່ງການແຂ່ງຂັນໃນຄັ້ງນີ້ກົມກິດຈະການນັກສຶກສາ ໄດ້ສົ່ງຕົວແທນ 2 ທ່ານ ເຂົ້າຮ່ວມແຂ່ງຂັນ ຄື: ທ່ານ ນາງ ຕ້ອຍ ສົງກາ ແລະ ພູເງິນ ວິລະວົງ, ການແຂ່ງຂັນໃນຄັ້ງນີ້ ກົມກິດຈະການນັກສຶກສາ ຍາດໄດ້ 1ລາງວັນ ຄື: ທ່ານ ພູເງິນ ວິລະວົງ ໄດ້ຮັບລາງວັນ ຮອງຊະນະເລີດ ປະເພດຮ້ອງເພງ ໃນບົດເພງ : ລຸງໄກສອນ