BANNER DSA new1  

ຫ້ອງ 111, ໂທ: 021 217787

ມີ ພະນັກງານທັງໝົດ 04 ທ່ານ.

 ທ່ານ ແສງອາລຸນ ແກ້ວໃສ  ຫົວໜ້າພະແນກ 
 ທ່ານ ນາງ ສົມດາລີ ຜາຍປະດິດ  ວິຊາການ 
 ທ່ານ ເຫວດປານີ ສີວົງໄຊ  ວິຊາການ
 ທ່ານ ສຸວິດາພອນ ໂງ່ນວໍຣະລາດ  ວິຊາການ 
ພະແນກຄຸ້ມຄອງຂໍ້ມູນຂ່າວສານ ມີ ໜ້າທີ່ ດັ່ງນີ້:
  • ຄົ້ນຄວ້າ, ສັງລວມ ແລະ ສ້າງ ແຜນພັດທະນາວຽກງານ ພາຍໃນພະແນກ;
  • ເປັນເສນາທິການໃຫ້ແກ່ກົມ ໃນວຽກງານຄຸ້ມຄອງຂໍ້ມູນຂ່າວສານ, ຕິດຕາມແຜນພັດທະນາວຽກງານກິດຈະການນັກສຶກສາ ແລະ ການສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ ກ່ຽວກັບວຽກງານກິດຈະການນັກສຶກສາ;
  • ສ້າງ ແລະ ພັດທະນາ ລະບົບຖານຂໍ້ມູນການຄຸ້ມຄອງນັກຮຽນ,ນັກສຶກສາ ແລະ ນັກຄົ້ນຄວ້າ ໄປສຶກສາຕ່າງປະເທດ ແລະ ນັກສຶກສາຕ່າງປະເທດ ທີ່ສຶກສາ ຢູ່ ສປປ ລາວ;
  • ສັງລວມສະຖິຕິ ນັກຮຽນ,ນັກສຶກສາ ແລະ ນັກຄົ້ນຄວ້າ ໄປສຶກສາຢູ່ຕ່າງປະເທດ, ນັກສຶກສາກັບຈາກຕ່າງປະເທດ ແລະ ນັກສຶກສາຕ່າງປະເທດ ທີ່ສຶກສາ ຢູ່ ສປປ ລາວ;
  • ສຶກສາວິໄຈທ່າອ່ຽງຄວາມຕ້ອງການທາງດ້ານການສຶກສາຕ່າງປະເທດ ເພື່ອສ້າງແຜນຄວາມຕ້ອງການຂອງຕະຫຼາດແຮງງານພາຍໃນປະເທດ ແຕ່ລະໄລຍະ;
  • ແນະນຳ ແລະ ຕິດຕາມ ການລົງທະບຽນ ຊອກວຽກເຮັດງານທຳຂອງນັກສຶກສາ ກັບຈາກຕ່າງປະເທດ;
  • ​ສ້າງ ແລະ ພັດທະນາວຽກງານຂໍ້ມູນ ຂ່າວສານ ແລະ ການເຄື່ອນໄຫວວຽກງານຂອງກົມ;
  • ປະສານສົມທົບກັບບັນດາພະແນກ ແລະ ສູນ ພາຍໃນກົມ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ;
  • ກວດກາ, ຕິດ​ຕາມ ແລະ ປະເມີນຜົນ ພ້ອມທັງສະຫຼຸບລາຍງານ ການຈັດຕັ້ງປະຕິບັດ​ວຽກ​ງານພາຍໃນພະແນກ ໃຫ້ຄະນະກົມ ແລະ ຂັ້ນເທິງຊາບ ໃນແຕ່ລະໄລຍະ;
  • ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງ​ຄະນະກົມ.

Print